– ຮູບລັກສະນະພາຍນອກ ບາງເບົາ ແລະ ກະທັດຮັດ ສະດວກໃນການພົກພາ. ຕົວເຄື່ອງເປັນໂລຫະ ແຂງແຮງທົນທານ ຮອງຮັບແຮງກະແທກໄດ້ດີ.
– ໜ້າຈໍເປັນແບບ ສຳພັດ (Touchscreen) ມັລຕິທັດ ຊ່ວຍໃຫ້ການຈົດບັນທຶກ ຫຼື ແກ້ໄຂຂໍ້ມູນເຮັດໄດ້ງ່າຍ ແລະ ແມ່ນຍຳ. ຄວາມລະອຽດລະດັບ Full HD IPS ໃຫ້ພາບທີ່ຄົມຊັດສົມຈິງ, ເໝາະສຳລັບການເບິ່ງໜັງ ແລະ ຄວາມບັນເທີງ.
– ສະເປັກເຄື່ອງສະຖຽນ ພ້ອມ RAM 8GB ແລະ SSD 180GB ຊ່ວຍໃຫ້ຈັດການວຽກຫ້ອງການ ແລະ ການຮຽນໄດ້ຢ່າງລື່ນໄຫຼ. ເປີດຫຼາຍແທັບ (Tabs) ໄດ້ໂດຍເຄື່ອງບໍ່ຄ້າງ, ເປີດເຄື່ອງໄວ ຊ່ວຍເພີ່ມປະສິດທິພາບໃນການເຮັດວຽກ.
HP EliteBook 840 G2 – Laptop ລະດັບນັກທຸລະກິດ (Business Class)

HP EliteBook 840 G2 ແມ່ນຊີຣີ Laptop ສຳລັບນັກທຸລະກິດ, ມີດີໄຊທີ່ແຂງແຮງ ພ້ອມໜ້າຈໍ 14 inch ທີ່ໃຫ້ຄວາມສະຫວ່າງດີ, ພອດເຊື່ອມຕໍ່ທີ່ຫຼາກຫຼາຍ ແລະ ປະສິດທິພາບສູງ ຊ່ວຍໃຫ້ການຮຽນ-ການເຮັດວຽກສະດວກສະບາຍຂຶ້ນ.
ດີໄຊ ແລະ ຄວາມທົນທານ
ຕົວເຄື່ອງມີຄວາມບາງ ແລະ ເບົາພຽງແຕ່ 1.6kg ແຕ່ໂຄງສ້າງພາຍໃນມີຄວາມແຂງແຮງຫຼາຍ ດ້ວຍວັດສະດຸ ແມັກນີຊຽມ (Magnesium). 840 G2 ໄດ້ຮັບການຮັບຮອງ ມາດຕະຖານຄວາມທົນທານຂອງກອງທັບສະຫະລັດ, ສາມາດທົນຕໍ່ແຮງກະແທກ, ຄວາມດັນສູງ ແລະ ຄວາມຊຸ່ມຊື່ນໄດ້ດີກວ່າ Laptop ທົ່ວໄປ.

ໜ້າຈໍສຳພັດ Full HD IPS
ໜ້າຈໍ 14 inch Full HD ພ້ອມເຕັກໂນໂລຊີ IPS ຈະບໍ່ເຮັດໃຫ້ທ່ານຜິດຫວັງ ດ້ວຍພາບທີ່ຄົມຊັດ ແລະ ມຸມເບິ່ງທີ່ກວ້າງ. ພິເສດແມ່ນລະບົບ Touchscreen ທີ່ລື່ນໄຫຼ, ມາພ້ອມກັບແຜ່ນກັນແສງສະທ້ອນ (Anti-glare) ຊ່ວຍໃຫ້ໃຊ້ງານຢູ່ກາງແຈ້ງໄດ້ດີໂດຍບໍ່ມີບັນຫາເລື່ອງແສງສະທ້ອນ.

ແປ້ນພິມກັນນ້ຳ
840 G2 ຕິດຕັ້ງແປ້ນພິມທີ່ມີຄວາມສາມາດ ປ້ອງກັນນ້ຳຊຶມ ແລະ ມີໄຟ Backlight ຊ່ວຍໃຫ້ເຮັດວຽກໃນບ່ອນມືດໄດ້ສະດວກ. ປຸ່ມກົດມີຄວາມນຸ່ມນວນ, ໃຫ້ຄວາມຮູ້ສຶກສະບາຍໃນເວລາພິມວຽກເປັນເວລາດົນ.
ປະສິດທິພາບ ແລະ ການເຊື່ອມຕໍ່
ເຄື່ອງລຸ້ນນີ້ໃຊ້ຊິບ Core i5 Generation 5 ທີ່ປະຢັດພະລັງງານ ແຕ່ມີ Card ຈໍແຍກ RADEON R7 M260X ເພື່ອຮອງຮັບວຽກງານກຣາຟິກພື້ນຖານ, Photoshop, CAD ຫຼື ການຕັດຕໍ່ວິດີໂອທົ່ວໄປໄດ້ເປັນຢ່າງດີ.

ພອດເຊື່ອມຕໍ່ຄົບຖ້ວນ: DisplayPort, USB 3.0 (4 ພອດ), Jack Combo Audio, LAN RJ-45, Card Reader (SD/SDHC/SDXC) ແລະ ຊ່ອງສຽບ SIM.










